ທ່ານ  ຄໍາພັນ ພົມມະທັດ ຢ້ຽມຢາມ ສູນສົ່ງເສີມເຕັກນິກກະສິກໍາ ແລະ ປ່າໄມ້ຮ່ວມມືລາວ-ຫວຽດນາມ ເມືອງຊຳເໜືອ

ທ່ານ  ຄໍາພັນ ພົມມະທັດ ຢ້ຽມຢາມ ສູນສົ່ງເສີມເຕັກນິກກະສິກໍາ ແລະ ປ່າໄມ້ຮ່ວມມືລາວ-ຫວຽດນາມ ເມືອງຊຳເໜືອ
ເມື່ອບໍ່ດົນມານີ້, ທ່ານ  ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະທີມງານຈາກຄະນະກວດກາສູນກາງພັກ ແລະ ຄະນະນໍາຂອງແຂວງຫົວພັນ ໄດ້ລົງເຄື່ອນໄຫວຢ້ຽມຢາມສູນສົ່ງເສີມເຕັກນິກກະສິກໍາ ແລະ ປ່າໄມ້ຮ່ວມມືລາວ-ຫວຽດນາມ ທີ່ບ້ານອົ້ງ ເມືອງຊໍາເໜືອ ແຂວງຫົວພັນ ໃນໂອກາດທີ່ລົງເຄື່ອນໄຫວວຽກງານຢູ່ແຂວງຫົວພັນ ໂດຍການຕ້ອນຮັບຂອງທ່ານ ແອຊໍາ ວິໄລຈິດ ຫົວໜ້າສູນສົ່ງເສີມເຕັກນິກກະສິກໍາ ແລະ ປ່າໄມ້ຮ່ວມມືລາວ-ຫວຽດນາມ ພ້ອມດ້ວຍຄະນະ.                                                                                                             
ໂອກາດນີ້ ທ່ານ ແອຊໍາ ວິໄລຈິດ ໄດ້ລາຍງານ ສະພາບລວມຂອງການ​ຈັດ​ຕັ້ງປະ​ຕິ​ບັດ​​ແຜນ​ພັດ​ທະ​ນາເສດຖະກິດ-ສັງຄົມຂອງສູນກາງ ກໍຄືຂອງແຂວງວາງອອກ​ ແລະ ການເຄື່ອນໄຫວວຽກງານ 6 ເດືອນ​ຕົ້ນ​ປີ 2023, ໂດຍມີບາງເນື້ອໃນວ່າ: ສູນສົ່ງເສີມເຕັກນິກກະສິກໍາ ແລະ ປ່າໄມ້ຮ່ວມມືລາວ-ຫວຽດນາມ (ສກປ) ມີພາລະບົດບາດເປັນເສນາທິການໃຫ້ແກ່ພະແນກກະສິກໍາ ແລະ ປ່າໄມ້ແຂວງ ຊຶ່ງຕັ້ງຢູ່ບ້ານອົ້ງ ເມືອງຊໍາເໜືອ, ມີເນື້ອທີທັງໜົດ 15,2 ເຮັກຕາ, ເນື້ອທີ່ປ່າໄມ້ 72%, ປະກອບມີ 4 ກຸ່ມວຽກ: ກຸ່ມວຽກບໍລິຫານ ແຜນການ ແລະ ການເງິນ, ກຸ່ມວຽກຝຶກອົບຮົມ ແລະ ບໍລິການກະຈາຍຂໍ້ມູນຂ່າວສານ, ກຸ່ມວຽກສົ່ງເສີມ ແລະ ບໍລິການເຕັກນິກການຜະລິດກະສິກໍາ ແລະ ປ່າໄມ້, ກຸ່ມວຽກ​ຈັດ​ຕັ້ງກຸ່ມ ແລະ ສະ​ຫະ​ກອນ. ມີພະນັກງານ-ລັດຖະກອນທັງໝົດ 13  ຄົນ ຍິງ 6 ຄົນ, ພະນັກງານອາສາສະມັກຕາມ​ສັນຍາ 3  ຄົນ ຍິງ 1 ຄົນ. ໃນນັ້ນ ມີ 5 ກິດຈະກໍາຕົ້ນຕໍຄື: ກິດຈະກໍາລ້ຽງເປັດ, ໄກ່, ກິດຈະກໍາປູກໄມ້ໃຫ້ໝາກ ແລະ ສວນກ້າເບ້ຍໄມ້, ກິດຈະກໍາປູກພືດຜັກອິນຊີ; ກິດຈະກໍາການລ້ຽງປາໃນໜອງ, ກິດຈະກໍາລ້ຽງໝູ. ໃນປີ 2023 ໄດ້ເພີ່ມອີກ 2 ກິດຈະກໍາ ຄື: ລ້ຽງແບ້ແບບຂັງ ແລະ ປະສົມພັນກົບ. ໃນໄລຍະຜ່ານມາໄດ້ລົງຊຸກຍູ້ສົ່ງເສີມບໍລິການສັກຢາປ້ອງກັນພະຍາດສັດໃຫຍ່ ໃຫ້ແກ່ປະຊາຊົນ 9 ບ້ານອອກຂ້າງ, ກອງຮ້ອຍຜະລິດ ກອງບັນຊາການທະຫານແຂວງ, ກອງພັນ 163, ລົງຕິດຕາມແນວພັນໝາກພຸກ, ຫມາກກ້ຽງ ທີ່ສູນແຈກຢາຍໃຫ້ປະຊາຊົນຈໍານວນ 9 ຄອບຄົວ ມີ 1.​700 ຕົ້ນ, ສຳເລັດການຈັດຝືກອົບຮົມວຽກງານການປູກ-ການລ້ຽງໃຫ້ກັບຊາວກະສິກອນ ແລະ ພະນັກງານວິຊາການຂັ້ນເມືອງ 10 ເມືອງທົ່ວແຂວງ; ​ສາມາດກ້າເບ້ຍໄມ້ ໄດ້ຈໍານວນ 28. 090 ເບ້ຍ, ໄມ້ອຸດສາຫະກໍາ ຈໍານວນ 25.287 ເບ້ຍ, ເບ້ຍກາເຟ, ໝາກນາວ, ໝາກກ້ຽງ, ໝາກມ່ວງ, ໝາກມາດ ແລະ ດອກຄາຍປ່າ ຈໍານວນ 2.803 ເບ້ຍ, ສຽບ​ຍອດ​ໝາກ​ໝັ້ນ​ໃຫ​ຍ່ ແລະ ໝາ​ກ​ຄາຍ​ໃຫຍ່ ​ພັນຈາກ ສ​ສ​ ຫວຽດ​ນາມ ໃສ່​ກັບ​ຕົ້ນ​ໝາກ​ຄາຍ​ນ້ອຍ​ຢູ່ສູນ ຈຳ​ນວນ 15 ຕົ້​ນ, ລ້ຽງໄກ່ພໍ່ແມ່ພັນຊະນິດພື້ນເມືອງໄດ້ 3.680 ໂຕ, ພໍ່-ແມ່ພັນສັດປີກທົ່ວໄປ 274 ໂຕ, ຜະລິດເປັດນ້ອຍ-ໄກ່ນ້ອຍ ໄດ້ 2.​906 ໂຕ, ສາມາດສະໜອງຊີ້ນສັດປີກອອກສູ່ຕະຫຼາດໄດ້ 1.253 ກິໂລ, ​ບໍ​ລິ​ການ​ຝັກ​ໄຂ່ໄດ້ 2,611 ໜ່ວຍ, ຈໍາ​ໜ່າຍ​ປາ​ອອກ​ສູ່​ສັງ​ຄົມ​ໄດ້​ຈຳ​ນວນ 2.​512 ກິ​ໂລ, ມີພໍ່-ແມ່ພັນໝູຈໍານວນ 28 ໂຕ, ຈໍາໝ່າຍຊີ້ນໝູໄດ້ 3.​164 ກິໂລ, ຈໍາໝ່າຍໝູນ້ອຍ 263 ໂຕ, ຈໍາໝ່າຍປະເພດຜັກຕ່າງໆໄດ້ 1.​700 ກວ່າກິໂລ, ທົດລອງປູກໝາກແຕງແຄນຕະລຸບ 235 ຖົງ; ຂາຍຢາປິ່ນປົວສັດໄດ້ 10.​079. 000 ກີບ; ຂາຍອາຫານເສີມສັດລ້ຽງໄດ້ 1.​042.000 ກີບ, ຂາຍປູນຂາວຂ້າເຊື້ອຈໍານວນ 40 ກິໂລ; ສ້າງຄອກແບ້ສໍາເລັດ ຈຳ​ນວນ 2 ຄອກ; ນໍາແນວພັນແບ້ເຂົາມາລ້ຽງຈໍານວນ 17 ໂຕ, ກະກຽມສ່ວນຫຍ້າອາຫານສັດໄດ້ປະມານ 3,3 ຮັກຕາ; ແບ້​ເກີດ​ໃໝ່ ຈຳ​ນວນ 3 ໂຕ. 
ໃນໂອກາດດັ່ງກ່າວ: ທ່ານ ຄໍາພັນ ພົມມະທັດ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງຂອງສູນ ໃຫ້ພ້ອມກັນສືບຕໍ່ຜັນຂະຫຍາຍບັນດາໜ້າວຽກທີ່ມີຢູ່ແລ້ວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໄປຕາມແຜນການ ແລະ ທິດຊີ້ນໍາຂອງຂັ້ນເທິງເວົ້າລວມ, ເວົ້າສະເພາະກໍແມ່ນພະແນກກະສິກໍາ ແລະ ປ່າໄມ້ແຂວງວາງອອກ ໃຫ້ມີຜົນສໍາເລັດຍິ່ງຂຶ້ນກວ່າເກົ່າ, ຕ້ອງສຸມໃສ່ໃນການປະຕິບັດໜ້າວຽກຕົວຈິງ ໄປຄຽງຄູ່ກັບທິດສະດີ ເພື່ອສາມາດແຈກຢາຍແນວພັນພຽງພໍກັບຄວາມຕ້ອງການຂອງພໍ່ແມ່ປະຊາຊົນ ພ້ອມທັງໃຫ້ຄໍາແນະນໍາ, ສາທິດການປູກ, ການລ້ຽງ ແລະ ຕິດຕາມ, ປະເມີນ ຢ່າງເປັນລະບົບ ເພື່ອໃຫ້ຫົວໜ່ວຍຄອບຄົວມີລາຍຮັບ ແລະ ສູນມີຄວາມເຂັ້ມແຂງ, ສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດໄດ້ໃນໄລຍະຍາວ. ຈາກນັ້ນ, ທ່ານ ຄໍາພັນ ພົມມະທັດ ຍັງໄດ້ໃຫ້ກຽດປູກຕົ້ນໄມ້ ແລະ ລົງເບິ່ງບັນດາຄອກສັດລ້ຽງ, ໜອງປາ, ຕົ້ນໄມ້ກິນໝາກພາຍໃນສູນອີກດ້ວຍ.                               ຂ່າວ-ພາບ: ຄຳຫວັນ ຈັນທະວົງ

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຖາວ ຂາຍຢວນ (Tao Kaiyuan) ຮອງປະທານສານປະຊາຊົນສູງສຸດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 23 ທັນວາ 2025, ທີ່ສານປະຊາຊົນສູງສຸດ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກເປັນທາງການ ຢູ່ ສປປ ລາວ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ເພີ່ມເຕີມ